ທົ່ວໂລກກ່າວປະນາມເຫດບຸກໂຈມຕີຢູ່ ສະຫະພັນຣັດເຊຍ
ຕາມຂ່າວສານຊິນຮວາລາຍງານວັນທີ 24 ມີນາ 2024 ຜ່ານມານີ້ວ່າ: ພາຍຫຼັງຮູ້ຂ່າວກ່ຽວກັບເຫດບຸກໂຈມຕີ ລັກສະນະການກໍ່ການ
ຮ້າຍ ຢູ່ສະຫະພັນຣັດເຊຍ ໃນວັນທີ 22 ມີນາ 2024 ທີ່ຜ່ານມາ, ເຊິ່ງເຮັດໃຫ້ຫຼາຍຄົນເສຍຊີວິດ ແລະ ຮັບບາດເຈັບ ໄດ້ເຮັດໃຫ້ມີການ
ນຳຂັ້ນສູງຫຼາຍປະເທດໃນໂລກ ກ່າວປະນາມເຫດການໂຈມຕີດັ່ງກ່າວ. ໃນສານແບ່ງເບົາຄວາມເສົ້າສະຫຼົດໃຈທີ່ສົ່ງເຖິງທ່ານ ວະລາດີເມຍ
ປູຕິນ ປະທານາທິບໍດີ ຣັດເຊຍ, ທ່ານ ສີ ຈີ້ນຜິງ ປະທານປະເທດຈີນ ໄດ້ລະບຸວ່າ: ຈີນ ຄັດຄ້ານຕໍ່ການກໍ່ການຮ້າຍທຸກຮູບແບບ ແລະ ປະ
ນາມຢ່າງຮຸນແຮງຕໍ່ບັນດາກໍລະນີບຸກໂຈມຕີລັກສະນະກໍ່ການຮ້າຍ ແລະ ເດັດດ່ຽວສະໜັບສະໜູນບັນດາ ຄວາມພະຍາຍາມຂອງລັດຖະບານ
ຣັດເຊຍ ເພື່ອແນໃສ່ປົກປັກຮັກສາສະຖຽນລະພາບ ແລະ ຄວາມໝັ້ນຄົງແຫ່ງຊາດ ແລະ ໃນວັນດຽວກັນ, ທ່ານ ນາເຣນດຣາ ໂມດີ ນາຍົກ
ລັດຖະມົນຕີ ອິນເດຍ ໄດ້ກ່າວປະນາມເຫດບຸກໂຈມຕີດັ່ງກ່າວ, ພ້ອມທັງຢັ້ງຢືນຄວາມສາມັກຄີກັບລັດຖະບານ ແລະ ປະຊາຊົນຣັດເຊຍ ໃນ
ໄລຍະເວລາພົບຄວາມຫຍຸ້ງຍາກແບບນີ້. ກະຊວງການຕ່າງປະເທດ ປາກິດສະຖານ ກໍ່ໄດ້ອອກຖະແຫຼງການກ່າວປະນາມ ການບຸກໂຈມຕີ
ແລະ ສະແດງຄວາມແບ່ງປັນຢ່າງເລິກເຊິ່ງ ກັບບັນດາຄອບຄົວຜູ້ປະສົບເຄາະຮ້າຍ. ຈາກ ອາເມຣິກາ, ທ່ານ ອານໂຕນີ ບລິນເກນ ລັດຖະມົນ
ຕີ ອາເມຣິກາ ໄດ້ກ່າວປະນາມລັດທິກໍ່ການຮ້າຍ ພາຍໃຕ້ທຸກຮູບການພ້ອມທັງສະແດງຄວາມສາມັກຄີກັບປະຊາຊົນຣັດເຊຍ.
ໃນຂະນະດຽວກັນ, ທ່ານ ຟາຣາ ດາກລານລາ ໂຄສົກຂອງອົງການ NATO ກໍ່ກ່າວປະນາມເຫດບຸກໂຈມຕີນີ້ເຊັ່ນກັນ, ພ້ອມທັງສົ່ງ
ຄຳແບ່ງເບົາຄວາມເສົ້າສະຫຼົດໃຈເຖິງບັນດາຜູ້ປະສົບເຄາະຮ້າຍ ແລະ ຄອບ ຄົວຂອງເຂົາເຈົ້າ. ສ່ວນທ່ານ ເດວິດ ຄາເມຣອນ ລັດຖະ ມົນຕີ
ກະຊວງການຕ່າງປະເທດ ອັງກິດ ກໍໄດ້ກ່າວປະນາມເຫດບຸກໂຈມຕີ “ດ້ວຍບັນດາຄຳສັບທີ່ເຂັ້ມແຂງທີ່ສຸດ” ແລະ ສະແດງຄວາມເສົ້າສະຫຼົດ
ໃຈເຖິງຄອບຄົວບັນດາຜູ້ປະສົບເຄາະຮ້າຍ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 27/03/2024